SME ແມ່ນຫຍັງ?

SME ຫຼື Small and Medium Enterprise ແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງເຊິ່ງເປັນຫົວໜ່ວຍທຸລະກິດທີ່ໄດ້ຂຶ້ນທະບຽນ ແລະ ເຄື່ອນໄຫວຢ່າງຖືກຕ້ອງ ຕາມກົດຂອງ ສປປ ລາວ. ຂະໜາດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ກຳນົດຕາມແຕ່ລະຂະແໜງວິສາຫະກິດ ໂດຍຖືເອົາຈຳນວນແຮງງານສະເລ່ຍໃນປີ, ມູນຄ່າຊັບສິນທັງໝົດ ແລະ ລວມຍອດລາຍຮັບທຸລະກິດປະຈຳປີ ເປັນບ່ອນອີງ.

ເງື່ອນໄຂການຈັດແບ່ງຂະໜາດຂອງວິຫາສະກິດຂະໜາດນ້ອຍ ແລະ ກາງ ແມ່ນລັດຖະບານເປັນຜູ້ກຳນົດໃນແຕ່ລະໄລຍະ

ແຫຼ່ງທີ່ມາ: ກົດໝາຍວ່າດ້ວຍ ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ມາດຕາ 2

ທ່ານສາມາດດາວໂຫຼດກົດໝາຍເຕັມໄດ້ທີ່: ກົດໝາຍວ່າດ້ວຍວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ

60 COMMENTS

LEAVE A REPLY

Please enter your comment!
Please enter your name here