ຂໍ້ຫ້າມສຳລັບນັກສິລະປິນ ແລະ ນັກສ້າງສັນຜົນງານ

ຫ້າມສິລະປິນ ມີ ພຶດຕິກໍາ ດັ່ງນີ້ : ປະດິດແຕ່ງ ຫຼື ນໍາເອົາສິລະປະການສະແດງ ທີ່ເປັນພິດໄພ, ເຊື່ອມຊາມ, ຊອດກະຈາ, ລາມົກອະນາ ຈານ, ລົບລູ່ ແຕະຕ້ອງເຖິງກຽດສັກສີ ຂອງບຸກຄົນອື່ນ, ກະຕຸ້ນຄວາມຮຸນແຮງ, ອາຊະຍາກໍາ,...

ນິຍາມຂອງຄຳວ່າ “ສິລະປິນແຫ່ງຊາດ”

ສິລະປິນແຫ່ງຊາດ ແມ່ນ ຜູ້ໄດ້ຮັບນາມມະຍົດຂັ້ນສູງສຸດ ໂດຍການຮັບຮອງຂອງປະທານປະເທດ ແຫ່ງ ສປປ ລາວ. ສິລະປິນແຫ່ງຊາດ ຕ້ອງມີເງື່ອນໄຂ ດັ່ງນີ້: ເປັນຜູ້ມີຄຸນສົມບັດ, ສິນທໍາ, ມີຄວາມຮູ້, ຄວາມສາມາດ ແລະ ຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ; ...

ປະເພດຂອງນັກສິລະປິນມີແນວໃດແນ່ ?

ສິລະປິນ ທີ່ເຄື່ອນໄຫວວຽກງານສິລະປະການສະແດງ ແບ່ງອອກເປັນ ສາມ ປະເພດ ຄື: 1. ສິລະປິນອາຊີບ ສິລະປິນອາຊີບ ແມ່ນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວວຽກງານສິລະປະການສະແດງ ປະເພດຕ່າງໆ ເປັນອາຊີບຕົ້ນຕໍ ເຊັ່ນ: ກອງສະແດງທີ່ການຈັດຕັ້ງຂອງລັດ ຫຼື ເອກະຊົນຄຸ້ມຄອງທາງດ້ານວິຊາການ, ບຸກຄະລາກອນ,...

ປະເພດຂອງສິລະປະການສະແດງ

ສິລະປະການສະແດງ ຕົ້ນຕໍ ມີ ດັ່ງນີ້: 1. ການຂັບ, ລໍາທ້ອງຖິ່ນ, ຊົນເຜົ່າ ແລະ ເພງຮ້ອງ; 2. ດົນຕີ ພື້ນເມືອງ, ຊົນເຜົ່າ ແລະ ສາກົນ; 3. ການຟ້ອນ ພື້ນເມືອງ, ຊົນເຜົ່າ, ລາວສະໄຫມ ແລະ...

ຂໍ້ຫ້າມສຳລັບການພິມຈຳໜ່າຍຢູ່ໃນລາວ

ຫ້າມໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມມີການກະທໍາດັ່ງນີ້: ພິມເກີນ, ພິມ ຫຼື ອອກແບບພິມ ບໍ່ຖືກຕ້ອງຕາມສັນຍາ ທີ່ໄດ້ຕົກລົງກັບສໍານັກ ພິມ ຫຼື ເກັບຮັກສາໄວ້ ຫຼື ນໍາເອົາໄປຈໍາຫນ່າຍໂດຍບໍ່ໄດ້ຮັບອະນຸຍາດ; ນໍາເອົາປື້ມ, ສິ່ງພິມອື່ນ ມາພິມໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງ ການ -...

ຄວາມໝາຍ ແລະ ຄວາມສຳຄັນຂອງຄຳວ່າ ຫັດຖະກຳ

ຫັດຖະກຳ  ແມ່ນ ຂະບວນການຜະລິດ ຂອງຂະແໜງເສດຖະກິດໜຶ່ງທີ່ສຳຄັນ ຊຶ່ງນຳໃຊ້ແຮງງານທີ່ມີຄວາມຊໍານານ ແລະ ພູມປັນຍາ ຂອງຄົນເປັນຕົ້ນຕໍ ເພື່ອສ້າງເປັນຜະລິດຕະພັນທີ່ມີຄວາມປານີດງົດງາມ, ມີຄຸນຄ່າສູງທາງດ້ານສິລະປະວັດທະນະທຳ, ເສດຖະກິດ ແລະ ມີເອກະລັກສະເພາະຕົວ. ກົດໝາຍວ່າດ້ວຍ ຫັດຖະກຳ ພາກທີ1; ມາດຕາທີ 2 ທ່ານສາມາດດາວໂຫຼດ PDF file...

ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນລາວມີຫຍັງແນ່ ?

ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນລາວປະກອບມີ: ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ການເຂົ້າເຖິງແຫຼ່ງທຶນ ນະໂຍບາຍດ້ານພາສີ ແລະ ອາກອນ ການສ້າງ ແລະ ພັດທະນາຜູ້ປະກອບກິດຈະການ ການບໍລິການໃຫ້ຄຳປຶກສາພັດທະນາທຸລະກິດ ການຮ່ວມມືທຸລະກິດ ລະຫວ່າງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ກັບວິສາຫະກິດຂະໜາດໃຫຍ່...

ຄຳວ່າ “ສິດທິບັດ” ແມ່ນຫຍັງ ?

” ສິດທິບັດ ” ແມ່ນ ເອກະສານຢັ້ງຢືນ ກ່ຽວກັບການປົກປ້ອງ ການປະດິດສ້າງ ເຊິ່ງ ” ການປະດິດສ້າງ ” ຫມາຍເຖິງຄວາມຄິດ ຂອງນັກປະ ດິດສ້າງ ໃນການແກ້ໄຂບັນຫາຕົວຈິງສະເພາະໃດຫນຶ່ງ ທາງດ້ານເຕັກໂນໂລຊີ. ແຫຼ່ງທີ່ມາ: ດຳລັດວ່າດ້ວຍການປົກປ້ອງສິດທິບັດ, ອະນຸສິດທິບັດ ແລະ...

ປະເພດຂອງສື່ມວນຊົນໃນລາວ.

ສື່ມວນຊົນມີຢູ່ 2 ປະເພດຄື: 1. ສື່ສິ່ງພິມ 2. ສື່ເອເລັກໂຕຼນິກ ສື່ມວນຊົນທັງ ສອງ ປະເພດນີ້ສາມາດເຜີຍແຜ່ເປັນພາສາລາວ, ພາສາຊົນເຜົ່າ ຫຼື ພາສາຕ່າງປະເທດ. ສື່ສິ່ງພິມແມ່ນພາຫະນະໂຄສະນາທີ່ເປັນແຜ່ນເຈ້ຍຊຶ່ງບັນຈຸຂໍ້ມູນຂ່າວສານດ້ວຍຕົວຫນັງສື ຫລື ຮູບພາບ ໂດຍມີ ຊື່ສະເພາະ.ສື່ສິ່ງພິມ ອາດຈະຈໍາຫນ່າຍເປັນລາຍວັນ ຫລື ເປັນໄລຍະ ຊຶ່ງປະກອບດ້ວຍຫນັງສືພິມ,...

ຂອບເຂດ ແລະ ຂໍ້ກຳນົດໃນການວາງສະແດງຜົນງານທາງສິລະປະທັງພາຍໃນ ແລະ ຕ່າງປະເທດ

ການອະນຸຍາດໃຫ້ແກ່ການຈັດຕັ້ງ, ຫມູ່ຄະນະ ຫລື ນິຕິບຸກຄົນຢູ່ພາຍໃນ ແລະ ຄົນຕ່າງປະເທດ; ທີ່ຈະນໍາເອົາຜົນງານໄປວາງສະແດງຢູ່ຕ່າງປະເທດ ຫລື ຄົນຕ່າງປະເທດມາວາງສະແດງຢູ່ລາວ ທີ່ເປັນການວາງສະແດງຮູບວິຈິດສິນລະດັບຊາດ, ລະດັບສາກົນ ຕ້ອງໄດ້ຮັບການເຫັນດີ ແລະ ອະນຸຍາດຈາກກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ, ກົມວິຈິດສິນ ແລະ ພາກສ່ວນທີ່ກ່ຽວຂອງ. ໃນບາງກໍລະນີ ບັນດາງານວາງສະແດງຮູບ...