ສະບາຍດີບັນດາ ສະມາຊິກມຸມທຸກທ່ານ ທີມງານເຮົາມີກິດຈຳກຳມາຝາກທ່ານອີກແລ້ວ ມື້ນີ້ມາພ້ອມກິດຈະກຳການຮຽນການເຕັ້ຮຈາກຟັງລາວ

ເປີດຮັບສະຫມັກທຸກທ່ານທີ່ສົນໃຈເຂົ້າຮ່ວມຝຶກອົບຮົບ Contemporary Dance​ ຊຶ່ງເປັນການເຕັ້ນທີ່ສາມາດເສີມທັກສະການເຕັ້ນໃຫ້ກັບທຸກStyle ກັບ​ Jill Crovisier ນັກເຕັ້ນທີ່ມີຊື່ສຽງຈາກປະເທດ Luxembourg ໂດຍ​ Jill ໄດ້ເປັນນັກເຕັ້ນມືອາຊີບທີ່ມີປະສົບການຫລາກຫລາຍ​ຜ່ານການສະແດງທັງໃນອາຊີ ແລະ​ ຍູໂຣບ ແລະ​ ພ້ອມຈະແບ່ງປັນປະສົບການໃຫ້ແກ່ທຸກທ່ານທີ່ເຂົ້າຮຽນ ບໍ່ວ່າທ່ານຈະເຄີຍເຕັ້ນມາກ່ອນຫລືບໍ່ກໍສາມາດມາຮຽນໄດ້ເດີ້,​ ພິເສດ​ຫລັງຈາກຮຽນຈົບຈະໄດ້ຮ່ວມສະແດງໃນງານ Fanglao Blackbox ອີກດ້ວຍ.​

ເລີ່ມຮຽນວັນທີ​ 29/10/2018 ເຖິງວັນທີ 09/11/2018
ເວລາ​ 18:00-20:00
ລາຄາ​ 200,000ກີບ​ ທັງຫມົດ
ສະຖານທີ່: Fanglao​ Studio​
ສະແດງວັນທີ​ 10-11/11/2018

ລົງທະບຽນ​ ແລະ​ ສອບຖາມເພີ່ມເຕີມ​ 02052262111​
Email: Fanglaocontact@gmail.com

ຂໍຂອບໃຈຂໍ້ມູນຈາກ https://www.facebook.com/Fanglaodancecompany/

LEAVE A REPLY

Please enter your comment!
Please enter your name here