Ron Mueck ສິນລະປິນຜູ້ສ້າງງານສິລະປະສະເໝືອນຈິງ.

 

ເຮົາເຄີຍໄດ້ກ່າວເຖິງງານສິນລະປະແປກໆ ແລະ ເຂົ້າໃຈໄດ້ຍາກກັນໄປຫຼາຍຄັ້ງແລ້ວ ຄັ້ງນິ້ເຮົາເລີຍຂໍກ່າວເຖິງງານສິນລະປະທີ່ສາມາດເຂົ້າເຖິງ ແລະ ງ່າຍທີ່ຈະເຂົ້າໃຈຢ່າງສິນງານສິນລະປະສະເໝືອນຈິງກັນແນ່ ແຕ່ງານສິນລະປະທີ່ໄດ້ຊື່ວ່າ “ໂຄດສະເໝືອນຈິງ” ເລີຍກໍ່ວ່າໄດ້ ໂດຍຜົນງານທີ່ວ່ານັ້ນເປັນຂອງສິນລະປິນຜູ້ທີ່ມີນາມວ່າ ລອນ ມີວອິກ (Ron Mueck).

       ສິນລະປິນຊາວອອສ໌ເຕຼເລຍຜູ້ທີ່ມີຊື່ສຽງໂດດເດັ່ນເປັນທີ່ຮູ້ຈັກຈາກຜົນງານປະຕິມະກຳຮູບຄົນແບບໄຮເປີລຽວລີສຊືມ(hyperrealism) ທີ່ມີຄວາມສະເໝືອນຈິງຈົນເກີນຂີດສຸດ ລາວໃຊ້ເວລານັບຮ້ອຍຊົ່ວໂມງໃນການສ້າງສັນງານປະຕິມະກຳທີ່ຮຽນແບບລາຍລະອຽດຮ່າງກາຍມະນຸດຈົນຄືຄົນແທ້ແທບຈະບໍ່ມີຫຍັງຜິດພ້ຽນໄປເລີຍ ທັງສິຜີວ ຮີ້ວຮອຍຍ່ອນຍານ ເສັ້ນຜົມແຕ່ລະເສັ້ນ ໄປຈົນເຖິງຮູຂຸມຂົນ ຈົນອອກມາເປັນປະຕິມະກຳຮູບຄົນທີ່ສະເໝືອນຈິງຢ່າງໜ້າເຫຼືອເຊື່ອ.

ກ່ອນໜ້າທີ່ສິນລະປິນ ມີວອິກເລີ່ມຕົ້ນອາຊີບການເປັນປະຕິມະກອນຂອງເຂົາໃນວົງການບັນເທີງ ໂດຍເຮັດວຽກເປັນນັກເຊີດຫຸ່ນຕຸກະຕາກະບອກ ແລະ ນັກສ້າງຫຸ່ນຕຸກກະຕາກະບອກລວມເຖີງສ້າງໂມເດວຕ່າງໆ ສຳລັບໜັງເດັກນ້ອຍ ແລະ ລາຍການໂທລະພາບ ເຊີ່ງຜົນງານທີ່ໂດດເດັ່ນຂອງລາວໃນຊ່ວງນັ້ນແມ່ນການເຮັດຫຸ່ນເຊີດໃຫ້ກັຍໜັງ Labyrinth (1986) ຂອງຈີມ ເຮນສັນ (ທີ່ມີ ເດວິດ ໂບວີ ກັບ ເຈນນິເຟີ້ ຄອນເນຼວລີ ຕອນຍັງໜຸ່ມໆ ສະແດງນຳ) ແຖມຍັງພາກສຽງຕົວລະຄອນຫຸ່ນກະບອກໃນໜັງຊື່ ລູໂດ ນຳ ແລະ ໃນຊີລີ້ຂອງຈິມ ເຮນສັນ ເຊັ່ນ The Storyteller ລາວທັງເຮັດຫຸ່ນກະບອກ ແລະ ພາກສຽງພ້ອມ.

ຕໍ່ມາ ມີວອິດ ໄດ້ໄປສ້າງຕັ້ງບໍລິສັດຂອງຕົນເອງໃນລອນດອນ ປະເທດອັງກິດ ທີ່ຜະລິດອຸປະກອນ  ແລະ ຫຸ່ນຍົນແອນິເມໂທຣນິກ ສຳລັບຖ່າຍໜັງໃນອຸດສາຫະກຳໂຄສະນາທີ່ມີລາຍລະອຽດ ແລະ ຄວາມສະເໝືອນຈິງສູງ ເຖີງວ່າໂດຍທົ່ວໄປແລ້ວອຸປະກອນ  ແລະ ຫຸ່ນຍົນເຫຼົ່ານັ້ນຈະຖືກອອກແບບໃຫ້ຖືກຖ່າຍພາບຈາກມູມໃດມູມໜຶ່ງໂດຍສະເພາະເທົ່ານັ້ນ ແຕ່ ມີວອິກ ມີຄວາມພະຍາຍາມຢ່າງສູງໃນການຜະລິດຫຸ່ນສະເໝືອນຈິງທີ່ເບີ່ງແລ້ວສົມບູນແບບໃນທຸກມູມມອງຂື້ນມາ.

ໃນປີ 1996 ເຂົາຜັນຕົວມາເຮັດວຽກກ່ຽວກັບສິນລະປະຢ່າງຈິງຈັງ ໂດຍເລີ່ມຕົ້ນດ້ວຍຊ່ວຍງານຂອງ ພອລລາ ລິໂກ້(Paula Rego) ຈິດຕະກອນຮ່ວມສະໄໝທີ່ມີຊື່ສຽງຊາວປອກຕຸຍການ(Portugal) ຜູ້ເປັນແມ່ຍ່າຂອງລາວ ໃນການຜະລິດປະຕິມະກຳຮູບຄົນໂຕນ້ອຍໆ ທີ່ເປັນສ່ວນໜຶ່ງຂອງຜົນງານທີ່ ພອລລ້າ ລິໂກ້ (Paula Rego) ທີ່ສະແດງໃນງານນິເທດສະການດ່ຽວທີ່ຫໍສິນ Hayward ໃນລອນດອນ ຕໍ່ມາລິໂກ້ກໍ່ໄດ້ແນະນຳມີວອິກໃຫ້ຮູ້ຈັກກັບນັກສະສົມງານສິນລະປະ ແລະ ນັກໂຄສະນາຜູ້ຊົງອິກທິພົນຢ່າງ Charles Saatchi ທີ່ປະທັບໃຈໃນຜົນງານຂອງມີວອິກໃນທັນທີທັນໃດ Charles Saatchi ທີ່ເລີ່ມສະສົມງານຂອງລາວ ລວມເຖີງວ່າຈ້າງໃຫ້ລາວຜະລິດງານສິນລະປະຂື້ນມາ ນັ້ນເປັນໂອກາດທີ່ນຳໄປສູ່ການສ້າງສັນຜົນງານສ້າງຊື່ອັນທຳອິດທີ່ຮ່ວມສະແດງໃນນິເທດສະການ Sensation (1997) ອັນສຸດຮືຮາຮ່ວມກັບສິນລະປິນກຸ່ມ YBAs ຫຼື Young British Artists (ກຸ່ມສິນລະປິນໄວໜຸ່ມຊາວອັງກິດ) ທີ່ Royal Academy Hayward ໃນລອນດອນ ຢ່າງ Dead Dad ( 1996 – 1997 )

Dead Dad (1996 – 1997), ພາບຈາກ: afasiaarchzine.com

ປະຕິມະກຳຊີລີໂຄນລະບາຍດ້ວຍສີອະຄຼີລິກ ຮູບສົບຊາຍຜູ້ເຖົ້າເປືອຍກາຍໝົດໂຕຮ່າງກາຍຊີດຂາວ ແລະ ສົບທີ່ວ່ານີ້ກໍ່ບໍ່ໄດ້ມີແບບມາຈາກຢູ່ໃສໄກເລີຍນັ້ນກໍ່ຄືພໍ່ຂອງ ມີວອິກ ເອງ ປະຕິມະກຳນີ້ຖືກເຮັດອອກມາໃນຂະໜາດນ້ອຍກວ່າຄົນແທ້ໆຫາກແຕ່ມີລາຍລະອຽດຄືໂຕຈິງຈົນໜ້າຂົນລຸກ ເຊີ່ງໂຕ ມິວອິກ ເອງໄດ້ເວົ້າວ່າ ຂ້ອຍສ້າງຜົນງານນີ້ມາຈາກຈິນຕະນາການ ແລະ ຄວາມຊົງຈຳ ໂດຍບໍ່ໄດ້ເບີ່ງແບບຈາກພໍ່ຂອງຂ້ອຍເລີຍແມ້ແຕ່ນ້ອຍ ແຖມລາວຍັງໃຊ້ເສັ້ນຜົມແທ້ໆ ຂອງໂຕເອງມາເປັນຜົມຂອງງານປະຕິມະກຳນີ້ດ້ວຍ ຜົນງານປະຕິມະກຳຮູບຮ່າງກາຍ ທີ່ບໍ່ມີຊີວິດຂອງພໍ່ສິນລະປິນຊີ້ນນີ້ ສ້າງຄວາມຕື່ນຕາຕື່ນໃຈໃຫ້ກັບຜູ້ເຂົ້າຊົມແບບບໍ່ໄດ້ນ້ອຍໜ້າຜົນງານສິນລະປະອື່ນໆຂອງສິນລະປິນອັງກິດຮຸ້ນຊາວໜຸ່ມສຸດແສບທີ່ຢູ່ໃນນິເທດສະການນັ້ນເລີຍ.

Dead Dad (1996 – 1997), ພາບຈາກ : afasiaarchzine.com

ມີວອິກ ໃຊ້ເວລາຍາວນານ ບາງຄັ້ງກະຫຼາຍປີກັນເລີຍ ສຳລັບການສ້າງຜົນງານປະຕິມະກຳທີ່ຈຳລອງລາຍລະອຽດແມ້ແຕ່ພຽງເລັກໆນ້ອຍໆ ໃນຮ່າງກາຍມະນຸດອອກມາຢ່າງສົມຈິງ ແຕ່ລາວມັກຈະເຮັດງານປະຕິມະກຳເຫຼົ່ານັ້ນອອກມາໃນສັດສ່ວນທີ່ຜິດໄປໄປຈາກຄວາມເປັນຈິງ ບໍ່ວ່າຈະເປັນໃນຂະໜາດນ້ອຍໆ ຫຼື ໃຫຍ່ໂຕມະໂຫລານ ເຊີ່ງສົ່ງຜົນໃຫ້ຜູ້ເຂົ້າຊົມງານເກີດຄວາມຮູ້ສຶກອຶດອັດຂັດຂ້ອງໃຈຍາກທີ່ຈະອະທິບາຍ ໂດຍສີໜ້າທ່າທາງຂອງປະຕິມະກຳຮູບຄົນເຫຼົ່ານັ້ນມັກຢູ່ໃນອາລົມຄວາມຄິດ ຕົກຢູ່ໃນສະພາວະກັງວົນ ແລະ ສະແດງອອກເຖີງຄວາມຄິດ ແລະ ຄວາມຮູ້ສຶກອັນຍາກທີ່ຈະບັນຍາຍ ແບບວ່າຕ້ອງການໃຫ້ຜູ້ຊົມເປັນສັກຂີພະຍານຂອງການບັນທຶກຫ້ວງຂະນະອັນເປັນສ່ວນຕົວໃນຊີວິດຂອງພວກເຂົາເຫຼົ່ານັ້ນເອົາໄວ້.

ບໍ່ວ່າຈະເປັນຜົນງານ Boy(1999)ປະຕິມະກຳຮູບເດັກນ້ອຍເປືອຍກາຍທ່ອນເທີງ ນັ່ງຍ່ອງຢໍ້ ຂະໜາດອັນໃຫຍ່ໂຕມະໂຫລານເຊີ່ງສູງເຖີງ 5ແມັດ ທີ່ຈັກສະແດງໃນ Millennium ໂດມ ໃນລອນດອນ ກ່ອນຈະນຳໄປສະແດງໃນມະຫາກຳສິນລະປະຮ່ວມສະໄໝນາໆຊາດ Venice Biennial) ຄັ້ງທີ 49 ໃນປີ 2001 ເຊີ່ງຕົວປະຕິມະກຳກໍ່ສູງຈົນແທບຈະຕຳເພດານຫ້ອງສະແດງງານເລີຍທີ່ດຽວ.

Boy (1999), ພາບຈາກ: detailser.com

ຫຼືໃນຜົນງານທີ່ເດັ່ນໆ ຂອງເຂົາຢ່າງ Morther and Child (2001), Pregnant woman (2002), Man in Boat (2002) ແລະ A girl (2006-2007) ທີ່ເຮັດອອກມາໄດ້ຢ່າງສົມຈິງຈົນໜ້າຕົກໃຈແລະ ເຕັມໄປດ້ວຍອາລົມຄວາມຮູ້ສຶກ ບາງຄັ້ງກໍຮູນແຮງຈົນສັ່ນສະເທືອນຈິດໃຈຜູ້ເຂົ້າຊົມຢ່າງຮຸນແຮງຫຼາຍ.

ໃນປີ2017 ມິວອິກໄດ້ຈັດສະແດງນິເທດສະການດ່ຽວທີ່ຫໍພິພິດທະພັນວິຈິດສິນຮູສຕັ້ນ, ເທັກຊັສ, ສະຫາລັດອາເມລິກາ ລວມເຖີງຮ່ວມສະແດງໃນນິເທດສະການ SKIN ທີ່ຫໍສິນ Ferens ເມືອງ Hull ປະເທດອັງກິດ ຮ່ວມກັບຜົນງານສິນລະປິນຊັ້ນຄູຢ່າງ Lucien Freud,  Édouard Manet ແລະ ສິນລະປິນຖ່າຍພາບ Spencer Tunick.

ລ່າສຸດເຂົາສະແດງຜົນງານສິນລະປະຈັດວາງຂະໜາດມະໂຫລານ ໃນຫໍສິນລະປະແຫ່ງຊາດ ວິກຕໍເລຍ(NGV) ທີ່ Melbourne ປະເທດ Australia ໃນຊື່ Mass (2017) ດ້ວຍຮູບແບບທີ່ແຕກຕ່າງໄປຈາກເດີມ ຈາກທີ່ເຄີີຍຈຳລອງເນື້ອໜັງຮ່າງການມະນຸດຢ່າງສະເໝືອນຈິງທຸກຮູຂຸມຂົນ ໃນຄັ້ງນີ້ລາວກັບມາຈຳລອງສິ່ງທີ່ຢູ່ຂ້າງໃນອອກມາແທນຜົນງານປະຕິມະກຳຈັດວາງຮູບກະໂຫຼກຫົວມະນຸດຂະໜາດຍັກຈຳນວນ 100 ຫົວວາງຊ້ອນກັນຢ່າງກະແຈກກະຈາຍໄປທົ່ວທຸກມູມຫ້ອງສະສະແດງງານ ປະຕິມະກຳຫົວກະໂຫຼກເຫຼົ່ານີ້ສ້າງຂື້ນຈາກ Fiberglass ແລະ ເລຊິນ ໂດຍມີຄວາມສູງເກືອບ 1 ແມັດ (3Feet) ບາງຈຸດຂອງຫ້ອງສະແດງງານມີກະໂຫຼກວາງຊ້ອນກັນເຖີງ 5 ຫົວ ເຊີ່ງຜູ້ເຂົ້າຊົມສາມາດເຂົ້າໄປຊົມປະຕິມະກຳກະໂຫຼກແຕ່ລະຫົວຢ່າງໃກ້ຊິດ.

Mass (2017), ພາບຈາກ : thisiscolossal.com

ຢູ່ທ່າມກາງພາບຈິດຕະກອນຍຸກບູຮານໃນກອບທອງທີ່ຫ້ອຍຢູ່ເທີງຝາໃນຫໍສິນລະປະ ຜົນງານສຸດນີ້ນຳສະເໜີຄວາມເປັນຈິງອັນໜ້າຫົດຫູ່ ແລະ ໝົ່ນໝອງຂອງຄວາມຕາຍ ອັນເປັນສັດຈະທຳແຫ່ງຄວາມເສື່ອມສະຫຼາຍຂອງສັງຂານທີ່ມະນຸດທຸກຄົນບໍ່ສາມາດໜີໄດ້.

ຜົນງານຊຸດ Mass ເປັນສ່ວນໜຶ່ງໃນນິເທດສະການຮ່ວມສະໄໝນາໆຊາດ Triennial ທີ່ຈັດຂື້ນໃນທຸກໆ 3 ປີຂອງຫໍສິນລະປະແຫ່ງຊາດວິກຕໍເລຍ ໂດຍ ມິວອິກ ເປັນໜຶ່ງໃນສິນລະປິນນາໆຊາດຈຳນວນ 100 ຄົນທີ່ເຂົ້າຮ່ວມໃນນິເທດສະການນີ້ ທີ່ຈັດຂື້ນໃນວັນທີ 15 ທັນວາ ປີ 2017 ໄປຈົນເຖີງວັນທີ່ 18 ເດືອນ ເມສາປີ 2018 ທີ່ຜ່ານມາໄດ້ບໍ່ດົນນີ້ເອງ.

 

 

*Hyperrealisms ຄືປະເພດຂອງງານຈິດຕະກຳ, ປະຕິມະກຳ ທີ່ຈຳລອງຄວາມສະເໝືອນຈິງຂອງພາບຖ່າຍຄວາມລະອຽດສູງດ້ວຍການໃຊ້ມືຄົນສ້າງຂື້ນມາ ສິນລະປະກະແສນີ້ເລີ່ມແຜ່ຫຼາຍໃນແຖບເອີຣົບ ແລະ ອາເມລິກາຕັ້ງແຕ່ປີ 2000 ມັນພັດທະນາງານສິນລະປະ Photorealism ທີ່ໃຊ້ກ້ອງຖ່າຍຮູບບັນທຶກຂໍ້ມູນທີ່ຈະນຳສະເໜີ ອັດອອກມາເປັນຮູບ ແລະ ຜະລິດຊ້ຳອອກມາເປັນງານຈິດຕະກຳທີ່ຄືກັບພາບຖ່າຍຈົນແຍກບໍ່ອອກ ສິນລະປະກະເເສນີ້ພັດທະນາມາຈາກສິນລະປະແນວ Pop Art ເລີ່ມແຜ່ຫຼາຍໃນອາເມລິກາຕັ້ງແຕ່ປາຍປີ 1960 ແລະ ຕົ້ນປີ 1970 Photorealism ເປັນກະແສສິນລະປະທີ່ສະທ້ອນທັດສະນະຄະຕິດ້ານຄວາມກ້າວໜ້າທາງເຕັກໂນໂລຊີທີ່ເກີດຂື້ນໃຫມ່ (ໃນສະໄໝນັ້ນ)ຕົວຢ່າງການຖ່າຍຮູບ ທີ່ເຄີຍເຮັດໃຫ້ຕິດຕະກອນຖ່າຍຮູບພາບສະເໝືອນທີ່ເຄີຍທີ່ເຄີຍເປັນຜູ້ບັນທຶກ ແລະ ຖ່າຍທອດຄວາມເປັນຈິງອອກມາແຕ່ພຽງຜູ້ດຽວໝົດຄວາມໝາຍລົງ ເຊີ່ງສິນລະປິນ ຫຼື ຈິດຕະກອນ Photorealism ເອງກໍ່ສາມາດໃຊ້ສອງມື ຫຼື ມືດຽວໃນການຖ່າຍທອດຄວາມຄ້າຍຄືໃນແບບທີ່ສະເໝືອນຈິງບໍ່ໄດ້ນ້ອຍໜ້າກ້ອງຖ່າຍຮູບ ຫຼື ໃນອີກແງ່ໜຶ່ງກາຍເປັນພບຖ່າຍໄປເລີຍ ແຕ່ໃນຂະນະດຽວກັນ ຫາກບໍ່ມີພາບຖ່າຍ ກໍ່ບໍ່ມີງານສິນລະປະ ປະເພດນີ້ເພາະບໍ່ຮູ້ວ່າຈະໄປຮຽນແບບຫຍັງເລີຍ ແມ່ນ ຫຼື ບໍ່?

ໃນຂະນະດຽວກັນ Hyperrealism ຈະຍົກລະດັບການຮຽນແບບຄວາມຈິງຂື້ນໄປອີກດ້ວຍການໃສ່ລາຍລະອຽດທີ່ປົກກະຕິຕາມະນຸດແທບຈະບໍ່ສາມາດສັງເກດໄດ້ເລີຍ (ຖ້າບໍ່ເຂົ້າໄປເບີ່ງໃກ້ໆ ຫຼື ໃຊ້ແວ່ນຂະຫຍາຍສ່ອງ) ເຊັ່ນຮູຂຸມຂົນ ຮີ້ວຮອຍເລັກໆນ້ອຍໆ ເທີງຜີວໜັງ ຫຼື ລາຍລະອຽດຂອງພື້ນຜີວຂອງວັດສະດຸຕ່າງໆ ເວົ້າງ່າຍກໍ່ຄື ລາຍລະອຽດທີ່ຖືກຖ່າຍທອດອອກມາດ້ວຍກ້ອງຖ່າຍຮູບທີ່ມີຄວາມລະອຽດສູງ ເພື່ອເນັ້ນຄວາມສົມຈິງໃຫ້ຊັດເຈນຍິ່ງຂື້ນ.

ອີກດ້າານໜຶ່ງ ສິນລະປີນ Hyperrealism ບາງຄົນກໍ່ໃຊ້ເຄື່ອງມື ຫຼື ອຸປະກອນໃນການຊ່ວຍສ້າງຜົນງານເຊັ່ນ ການໃຊ້ ເຄື່ອງສາຍພາບ (Projector) ສາຍແລ້ວວາດແຕ້ມຕາມ ຫຼື ໃຊ້ແມ່ພີມທີ່ຫຼໍ່ຂື້ນມາຈາກຄົນແທ້ ແລ້ວນຳມາຂື້ນຮູບ ກໍ່ຖືວ່າບໍ່ເປັນການຜິດກົດລະບຽບແຕ່ຢ່າງໃດ.

ຂໍ້ມູນອ້າງອີງຈາກ: en.wikipedia.org

ຂໍຂອບໃຈບົດຄວາມຈາກ thematter.com

ແປໂດຍ: ທອງສະຫວັດ ແສງອ່ອນ

Thisiscolossal.com