UN Women ປະຈຳລາວ ໄດ້ຈັດການປະກວດຮູບຖ່າຍ ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ພາຍໃຕ້ຫົວຂໍ້: ບໍ່ປະປ່ອຍໃຫ້ຜູ້ໃດໄວ້ຂ້າງຫລັງ ຮ່ວມກັບອົງການສະຫະປະຊາຊາດ UNFPA, GDA, UNODC ແລະ ILO,ໂດຍມີວັດຖຸປະສົງເພື່ອສ້າງຈິດສຳນຶກໃນທົ່ວສັງຄົມ ໃຫ້ດຳເນີນການປ້ອງກັນ ແລະ ຍຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວປະເທດລາວ. #EVAWLaos2018 #HearMeToo #LaoPDR
UN Women Laos launches the #EVAWLaos2018: Leave No One Behind photo contest ? to recognize the annual International Day for Ending All Forms of Violence Against Women and Girls. This event is a joint effort between UN Women, Lao Women’s Union, Gender Development Association, UNFPA, International Labour Organization and UNODC – United Nations Office on Drugs and Crime to share the vision of Lao people across the country. Check out posters in both English and Lao to join the event! #HearMeToo #LaoPDR
?ຂໍ້ກຳນົດໃນການສົ່ງພາບຖ່າຍເຂົ້າປະກວດ:
– ພາບທີ່ຊະນະຈະຖືກເລືອກໂດຍອີງໃສ່ຄຸນນະພາບການຖ່າຍຮູບແລະຄວາມກ່ຽວຂ້ອງກັບຫົວຂໍ້
– ແຕ່ລະພາບທີ່ສົ່ງມາຕ້ອງເປັນວຽກງານຕົ້ນສະບັບ, ເປັນເອກະລັກ, ສ້າງສັນ ແລະ ເປັນພາບທີ່ຍັງບໍ່ທັນໄດ້ຕີພິມມາກ່ອນ ແລະ ຕ້ອງເປັນພາບລິຂະສິດຂອງຕົນເອງ.
– ຮູບພາບຂາວດຳກໍ່ສາມາດສົ່ງເຂົ້າປະກວດໄດ້.
– ສາມາດສົ່ງພາບທີ່ຖ່າຍໂດຍກ້ອງດິຈີຕອລ ຫຼື ໂທລະສັບມືຖື (ສະແກນເປັນຮູບແບບດີຈີຕອລ) ຮ່ວມປະກວດໄດ້.
– ສົ່ງຮູບເປັນຟາຍ໌ JPEG, ມີຂະໜາດຢ່າງໜ້ອຍ 200 dpi/inch, ແລະມີຂະໜາດຟາຍ໌ 1-3 MB.
ການດັດແປງພາບແບບດີຈີຕອລທີ່ຜິດຈາກຄວາມຈິງຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມແຂ່ງຂັນ. ໃນກໍລະ ນີທີ່ມີການດັດແປງພາບເລັກນ້ອຍເຊັ່ນປັບຄວາມຄົມຊັດ, ປັບແສງ ຫຼື ການຕັດຂອບຮູບເລັກນ້ອຍແມ່ນສາມາດເຮັດໄດ້.
– ຕ້ອງໄດ້ຮັບອະນຸຍາດຈາກບຸກຄົນໃນພາບຖ່າຍ.
– ທຸກຮູບພາບຕ້ອງແມ່ນຜົນງານຂອງຜູ້ເຂົ້າຮ່ວມແຂ່ງຂັນເອງ ແລະ ຕ້ອງບໍ່ລະເມີດລິຂະສິດຂອງບຸກຄົນອື່ນ.
– ຜູ້ເຂົ້າຮ່ວມຕ້ອງສາມາດເຂົ້າຮ່ວມພິທີປະກາດລາງວັນ ໃນວັນທີ 10 ມັງກອນ ທີ່ນະຄອນຫຼວງວຽງຈັນ. ຄ່າໃຊ້ຈ່າຍທັງຫມົດທີ່ກ່ຽວຂ້ອງກັບການເຂົ້າຮ່ວມຮັບລາງວັນສໍາລັບຜູ້ໄດ້ຊະນະທີ່ບໍ່ຢູ່ນະຄອນຫຼວງວຽງຈັນຈະໄດ້ຮັບຈາກຄະນະຈັດງານ.