ສິລະປິນແຫ່ງຊາດ ແມ່ນ ຜູ້ໄດ້ຮັບນາມມະຍົດຂັ້ນສູງສຸດ ໂດຍການຮັບຮອງຂອງປະທານປະເທດ ແຫ່ງ ສປປ ລາວ.
ສິລະປິນແຫ່ງຊາດ ຕ້ອງມີເງື່ອນໄຂ ດັ່ງນີ້:
- ເປັນຜູ້ມີຄຸນສົມບັດ, ສິນທໍາ, ມີຄວາມຮູ້, ຄວາມສາມາດ ແລະ ຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ;
- ມີຜົນງານອັນໂດດເດັ່ນໃດຫນຶ່ງ ໃນການອະນຸລັກຮັກສາ, ເສີມຂະຫຍາຍ ແລະ ປະດິດຄິດສ້າງສິລະ ປະວັດທະນະທໍາ, ມີບົດປະພັນ, ຜະລິດຕະພັນ ແລະ ການສະແດງ ເປັນທີ່ຍອມຮັບຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ;
- ເປັນຜູ້ໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຂະບວນການ ສິລະປະວັດທະນະທໍາໃນແຕ່ລະໄລຍະ, ສ້າງ ຮຸ່ນຄົນສືບທອດ, ຖ່າຍທອດບົດຮຽນ, ປະສົບການ ໃຫ້ເພື່ອນຮ່ວມງານຢ່າງຈິງໃຈ;
- ເປັນຜູ້ໄດ້ປະກອບສ່ວນເຂົ້າໃນຂະບວນການວຽກງານສິລະປະວັດທະນະທໍາ ແລະ ປະກອບວິຊາຊີບ ຂອງຕົນ ເປັນໄລຍະເວລາບໍ່ຕໍ່າກວ່າ ສິບຫ້າ ປີ ແລະ ຕ້ອງໄດ້ຮັບນາມມະຍົດສິລະປິນດີເດັ່ນມາກ່ອນ.
ແຫຼ່ງທີ່ມາ: ກົດໝາຍວ່າດ້ວຍ ສິລະປະການສະແດງ, ໝວດທີ2, ມາດຕາທີ 30
ທ່ານສາມາດດາວໂຫຼດ PDF file ໄດ້ທີ່: ກົດໝາຍວ່າດ້ວຍ ສິລະປະການສະແດງ