ຫ້າມສິລະປິນ ມີ ພຶດຕິກໍາ ດັ່ງນີ້ :
- ປະດິດແຕ່ງ ຫຼື ນໍາເອົາສິລະປະການສະແດງ ທີ່ເປັນພິດໄພ, ເຊື່ອມຊາມ, ຊອດກະຈາ, ລາມົກອະນາ ຈານ, ລົບລູ່ ແຕະຕ້ອງເຖິງກຽດສັກສີ ຂອງບຸກຄົນອື່ນ, ກະຕຸ້ນຄວາມຮຸນແຮງ, ອາຊະຍາກໍາ, ສິ່ງເສບຕິດ, ການເຊື່ອຖື ງົມງວາຍ ແລະ ອະບາຍຍະມຸກຕ່າງໆ;
- ສະແດງທ່າທີກິລິຍາ, ເອ້ຢ້ອງແຕ່ງກາຍ ຫຼື ໃຊ້ວາຈາ ທີ່ບໍ່ສອດຄ່ອງ ກັບເນື້ອໃນ ຂອງບົດປະພັນ ແລະ ການສະແດງ;
- ສະແດງເກີນກໍານົດເວລາ, ໃຊ້ສຽງດັງ ທີ່ເປັນການລົບກວນຄວາມສະຫງົບ ຂອງບ້ານເມືອງ ຕາມສະ ຖານທີ່ຕ່າງໆ;
- ດັດເເປງເນື້ອໃນ, ຮູບແບບບົດປະພັນ, ຜະລິດຕະພັນ ສິລະປະການສະແດງ ຂອງບຸກຄົນອື່ນ ໂດຍບໍ່ໄດ້ ຮັບການເຫັນດີ ຈາກເຈົ້າຂອງລິຂະສິດ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ;
- ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫມາຍ.
ແຫຼ່ງທີ່ມາ: ກົດໝາຍວ່າດ້ວຍ ສິລະປະການສະແດງ, ພາກທີ5, ມາດຕາທີ 51
ທ່ານສາມາດດາວໂຫຼດ PDF file ໄດ້ທີ່: ກົດໝາຍວ່າດ້ວຍ ສິລະປະການສະແດງ