ການອະນຸຍາດໃຫ້ແກ່ການຈັດຕັ້ງ, ຫມູ່ຄະນະ ຫລື ນິຕິບຸກຄົນຢູ່ພາຍໃນ ແລະ ຄົນຕ່າງປະເທດ;

ທີ່ຈະນໍາເອົາຜົນງານໄປວາງສະແດງຢູ່ຕ່າງປະເທດ ຫລື ຄົນຕ່າງປະເທດມາວາງສະແດງຢູ່ລາວ ທີ່ເປັນການວາງສະແດງຮູບວິຈິດສິນລະດັບຊາດ, ລະດັບສາກົນ ຕ້ອງໄດ້ຮັບການເຫັນດີ ແລະ ອະນຸຍາດຈາກກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ, ກົມວິຈິດສິນ ແລະ ພາກສ່ວນທີ່ກ່ຽວຂອງ.

ໃນບາງກໍລະນີ ບັນດາງານວາງສະແດງຮູບ ວິຈິດສິນຂັ້ນທ້ອງຖິ່ນ, ກະຊວງຖະແຫລງຂ່າວວັດທະນະທໍາ ແລະ ກົມວິຈິດສິນ ອາດມອບສິດໃຫ້ ພະແນກຖະແຫລງຂ່າວ ແລະ ວັດທະນະທໍາ ແຂວງ, ນະຄອນຫລວງ ເມືອງທີ່ຂື້ນກັບສູນກາງເປັນຜູ້ອານຸມັດ.

ແຫຼ່ງທີ່ມາ: ຂໍ້ກຳນົດວ່າດ້ວຍການຄຸ້ມຄອງການວາງສະແດງ ກິດຈະກຳວາງສະແດງຮູບວິຈິດສິນ ແລະ ຫໍສິນ

Download PDF file here: Regulation on inspection of copy and gallery

4 COMMENTS

LEAVE A REPLY

Please enter your comment!
Please enter your name here