ສະບາຍດີທຸກຄົນ ທີມງານມູມເຮົາມາພ້ອມງານດີໆອີກແລ້ວ ເທື່ອນີ້ແມ່ນງານຂອງບຸນມະໂຫລານຮູບເງົາຫຼວງພະບາງລາຍລະອຽດມີແນວໃດນັ້ນຕິດຕາມໄດ້ເລີຍ

ເຈົ້າຮູ້ຄົນທີ່ເຮັດວຽກໃນຂະແໜງທ່ອງທ່ຽວ ແລະ ການບໍລິການບໍ່? ລອງສ້າງຮູບເງົາສັ້ນກ່ຽວກັບປະສົບການໃນການເຮັດວຽກໃນຂະແໜງນີ້ ແລ້ວສົ່ງເຂົ້າມາປະກວດກັບເຮົາ ເພື່ອຊິງລາງວັນ $4,000 ດີບໍ່! ແລ້ວໄປເບິ່ງຮູບເງົາຂອງຕົນເອງຂຶ້ນສາຍຢູ່ຈໍຍັກ ທີ່ບຸນມະໂຫລານຮູບເງົາຫຼວງພະບາງ ໃນປີນີ້ນຳກັນ!

ເນື່ອງໃນໂອກາດປີທ່ອງທ່ຽວລາວ 2018, ບຸນມະໂຫລານຮູບເງົາຫຼວງພະບາງ ຢາກໃຫ້ເຈົ້າຄົ້ນຄິດເບິ່ງວ່າ ການສຶກສາອົບຮົມ ແລະ ການເຮັດວຽກໃນຂະແໜງທ່ອງທ່ຽວ ພາໃຫ້ເຈົ້າໄດ້ກາຍເປັນທູດປະຊາສຳພັນໃຫ້ປະເທດເຮົາແນວໃດ.

ກຳນົດສົ່ງຜົນງານເຂົ້າປະກວດ, ວັນທີ 21 ຕຸລາ 2018.

ລາຍລະອຽດເພີ່ມເຕີມກ່ຽວກັບການປະກວດ, ກະລຸນາເຂົ້າໄປເບິ່ງທີ່: http://tinyurl.com/LPFF-Amb

LEAVE A REPLY

Please enter your comment!
Please enter your name here