ຂ່າວດີ! ໃນວັນທີ 28 ກໍລະກົດ 2018 ເວລາ 09:00 ເຊົ້າ ຫາ 04:00 ໂມງແລງ . ທາງສະຫະພັນຈະມີງານສໍາມະນາໃຫ້ຄວາມຮູ້ກ່ຽວກັບ Broadcast & Live Streaming ຈາກບໍລິສັດ NewTek ເປັນບໍລິສັດຊື່ດັງຈາກອາເມລິກາທີຕອບສະໜອງອຸປະກອນທາງດ້ານໃນການຈັດລາຍການ ແລະ ຖ່າຍທອດສົດຕ່າງໆອັນດັບຕົ້ນໆຂອງໂລກ ນອກຈາກນີ້ຍັງມີທາງ Studio Invate ຈາກປະເທດໄທ ຈະມາສອນ ແລະ ໃຫ້ຄວາມຮູ້ກ່ຽວກັບສິ່ງຕ່າງໆທີ່ເກີດຂຶ້ນກັບເບື້ອງຫຼັງກ້ອງ ແລະ ສຸດທ້າຍ GBS Allinace ຈາກສິງກະໂປ. ສຸດພິເສດ! ໃນງານທ່ານຈະໄດ້ໂອ້ລົມ ແລະ ຮັບປະສົບການຕົວຈິງຈາກການເຮັດວຽກຢູ່ໃນເບື້ອງຫຼັງແບບມືອາຊີບຕາມມາດຕະຖານສາກົນ. ງານສໍາມະນານີ້ຈະຈັດຂຶ້ນຢູ່ທີ່ ຕຶກ Lao Art Media Co.,LTD ບ້ານໜອງສະໂນຄໍາ 159/2 ໜ່ວຍ 13 ຖະໜົນ ດົງນາໂຊກ, ເມືອງ ສີໂຄດຕະບອງ, ນະຄອນຫຼວງ ວຽງຈັນ.Lao e-Sports ຂໍເປັນສ່ວນໜຶ່ງໃນການສ້າງແຮງບັນດານໃຈ ແລະ ຄວາມຝັນໃຫ້ກັບທຸກໆທ່ານເປັນຈິງ

ໝາຍເຫດ:
– ເຂົ້າຮ່ວມງານຟຣີ
– ເພື່ອຮັບກັນວ່າທຸກຄົນຈະໄດ້ຮັບປະສົບການທີດີ ແລະ ທົ່ວເຖິ່ງທາງສະພັນພວກເຮົາຈະຮັບຈໍານວນຈໍາກັດ ການສະໝັກແມ່ນຈະຜ່ານ Google From ເທົ່ານັ້ນ
Link Google From: https://goo.gl/forms/61v7zkD82GSgL4ON2
– ບໍ່ມີການເປີດຮັບສະໝັກໜ້າງານ
#LeSFSeminar

ຂໍຂອບໃຈຂໍ້ມູນຈາກ https://www.facebook.com/LaoeSportsFederation/posts/1055841794581045

65 COMMENTS

LEAVE A REPLY

Please enter your comment!
Please enter your name here