ສິລະປິ່ນ ທີ່ເຄື່ອນໄຫວວຽກງານສິລະປະການສະແດງ ແບ່ງອອກເປັນ ສາມ ປະເພດ ຄື:

1. ສິລະປິນອາຊີບ
ສິລະປິນອາຊີບ ແມ່ນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວວຽກງານສິລະປະການສະແດງ ປະເພດຕ່າງໆ ເປັນອາຊີບຕົ້ນຕໍ ເຊັ່ນ: ກອງສະແດງທີ່ການຈັດຕັ້ງຂອງລັດ ຫຼື ເອກະຊົນຄຸ້ມຄອງທາງດ້ານວິຊາການ, ບຸກຄະລາກອນ, ງົບປະມານ ແລະ ການປະກອບວັດຖຸເຕັກນິກ ຢ່າງເປັນລະບົບຄົບຊຸດ.

2. ສິລະປິນເຄິ່ງອາຊີບ
ສິລະປິນເຄິ່ງອາຊີບ ແມ່ນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ປະກອບກິດຈະການດ້ານສິລະປະການ ສະແດງເປັນອາຊີບສໍາຮອງ ຄຽງຄູ່ກັບການປະກອບອາຊີບອື່ນ.

3. ສິລະປິນສະຫມັກຫຼິ້ນ
ສິລະປິ່ນສະຫມັກຫຼິ້ນ ແມ່ນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວວຽກງານສິລະປະການ ສະແດງ ເປັນບາງຄັ້ງຄາວ, ບາງໄລຍະຕາມກາລະໂອກາດ ແລະ ເງື່ອນໄຂ.

ແຫຼ່ງທີ່ມາ: ກົດໝາຍວ່າດ້ວຍ ສິລະປະການສະແດງ, ພາກທີ3, ໝວດທີ2, ມາດຕາທີ 23
ທ່ານສາມາດດາວໂຫຼດ PDF file ໄດ້ທີ່: ກົດໝາຍວ່າດ້ວຍ ສິລະປະການສະແດງ

LEAVE A REPLY

Please enter your comment!
Please enter your name here