ລຸງໜວດ ໝາກຫົວໃຈຂອງ CinéArt

ສະບາຍດີທຸກຄົນ ໃນບົດຄວາມນີ້ເຮົາຈະພາມາຮູ້ຈັກກັບອີກໜຶ່ງສະມາຊິກ “ມຸມ” ນັ້ນກໍຄື:
ແກ້ວຄຸງ ແສງພະຈັນ ຜູ່ເປັນມາທຸກຢ່າງໃນແວດວົງສື່ສານມວນຊົນ ພ້ອມທັງເປັນຜູ່ກໍ່ຕັ້ງ CinéArt Film

ຍ້ອນເວລາກັບໄປຫຼາຍປີກ່ອນ ແກ້ວຄຸງ ພອນສະຫວັນ ແສງພະຈັນ ຫຼື ທີ່ຫຼາຍຄົນຮູ້ຈັກໃນອີກຊື່ໜຶ່ງກໍຄື “ລຸງໜວດ”. ລຸງໜວດກໍເລີ່ມຕົ້ນຊີວິດຊ່ວງໄວໜຸ່ມແບບທຸກຄົນທົ່ວໄປ ແຕ່ພໍຮຽນຈົບໃນລະດັບມັດທະຍົມສຶກສາກໍເລີ່ມມີຄວາມຄິດຢາກຫາເງິນດ້ວຍຕົນເອງ ໂດຍເລີ່ມຈາກການໄປເຮັດວຽກພາດທາມຂາຍແຜ່ນຊີດີໃຫ້ແກ່ຄ້າຍເພງແຫ່ງໜື່ງ ແຕ່ນອກຈາກຕຳແໜ່ງຄົນຂາຍຊີດີແລ້ວ ລຸງໜວດກໍຍັງໄດ້ຮັບມອບໝາຍໃຫ້ຮັບອີກຫຼາຍໆຕຳແໜ່ງໃນຄ້າຍເພງແຫ່ງນັ້ນ ບໍ່ວ່າຈະເປັນ ຄົນເດີນສາຍໄຟ, ເສີບນໍ້າ ເອີ້ນໄດ້ວ່າເຮັດທຸກຕຳແໜ່ງກັນເລີຍ.

ພາຍຫຼັງຄຸກຄີໃນແວດວົງນີ້ໄດ້ໄລຍະໜຶ່ງເພີ່ນກໍຖືກທາບທາມໃຫ້ໄປເປັນດີເຈຂອງຄື້ນວິທະຍຸແຕ່ເຮັດໄປໄດ້ໄລຍະໜຶ່ງກໍໄດ້ພັກໄປ. ອ້າຍແກ້ວຄຸງໄດ້ຫັນມາເລີ່ມວຽກໃນວົງການບັນເທີງແບບຈິງຈັງໃນບົດບາດພິທີກອນໃນລາຍການ “ເກັ່ງແທ້ບໍ່”ທາງສະຖານີໂທລະພາບແຫ່ງຊາດ ແລະລາຍການ “ໂທລະໂຄ່ງ” ທາງສະຖານີໂທລະພາບລາວສະຕ້າ  ເຊິ່ງມາຮອດຊ່ວງນີ້ຊື່ ແກ້ວຄຸງກໍເລີ່ມເປັນທີຮູ້ຈັກຂື້ນມາ ດ້ວຍບຸກຄະລິກທີ່ເປັນເອກະລັກສະເພາະໂຕ. ເຊິ່ງໃນຊ່ວງເວລານີ້ເອງ ຖືວ່າເປັນຍຸກທອງຂອງບັນດາພິທີກອນຢູ່ໃນວຽງຈັນ ເພາະວຽກມີຫຼາຍແຕ່ຊັບພະຍາກອນບຸກຄົນຍັງມີໜ້ອຍ ສະນັ້ນບໍ່ວ່າງານໃຫຍ່ງານນ້ອຍລຸງໜວດເພີ່ນກວາດຕ້ອນໄປຈົນໝົດ, ພໍເລີ່ມມີຊື່ສຽງໂອກາດຕ່າງໆກໍເລີ່ມເຂົ້າມາ ແລະ ກໍຖືເປັນໂອກາດດີໆທີ່ຈະໄດ້ເຮັດຕາມຄວາມຝັນນັ້ນກໍຄື: ການເປັນນັກຮ້ອງ, ເຊິ່ງອ້າຍແກ້ວຄຸງມີຜົນງານເພງທັງໝົດສາມເພງ ຖືວ່າປະສົບຜົນສຳເລັດສົມຄວນບໍ່ວ່າຈະເປັນເພງ “ທີ່ປຶກສາ” ຫຼື ”ບໍ່ຢາກຕື່ນ” ກໍລ້ວນແລ້ວແຕ່ຕິດຫູຕິດອົກຕິດໃຈບັນດາສາວນ້ອຍສາວໃຫຍ່. ຍ້ອນບຸກຄະລິດກວນໆ ແລະ ຄວາມສຽງດີຂອງອ້າຍແກ້ວນັ້ນເພີ່ນກໍຖືກຊັກຊວນໄປຮ່ວມສະແດງຮູບເງົາ ຮັກອໍ່າລໍ່າ ໂດຍຜູ່ກຳກັບ ພານຸມາດ ດີສັດຖາ ເຊິ່ງເປັນໄປຕາມຄາດ ຮູບເງົາເລື່ອງນີ້ກໍໄດຮັບຜົນຕອບຮັບທີ່ດີຈາກບັນດາພໍ່ແມ່ປະຊາຊົນຊາວລາວ.

ຫຼາຍຄົນອ່ານມາຮອດຈຸດນີ້ອາດສົງໃສວ່າຖ້າໄດ້ຮັບຜົນທີ່ດີເປັນຫຍັງບໍ່ໄດ້ສະແດງຕໍ່? ເລື່ອງມັນກໍມີຢູ່ວ່າ ຍ້ອນນິໄສສ່ວນໂຕທີ່ເປັນຄົນເບື່ອງ່າຍມັກຄົ້ນຫາຕົນເອງ ອ້າຍແກ້ວຄຸງຮູ້ສຶກອີ່ມໂຕກັບວຽກເບື້ອງໜ້າ ແລະ ຢາກພັກຜ່ອນກັບການເຮັດວຽກມາດົນ, ການພັກຜ່ອນທີ່ກ່າວເຖິງນີ້ແມ່ນການພັກຢູ່ກັບບ້ານ ແລະ ບໍ່ມີລາຍໄດ້ຫຍັງເຂົ້າມາເລີຍ ແລະ ເມື່ອຂາດລາຍໄດ້ກໍກາຍເປັນຄົນໃສ້ແຫ້ງ.

ຈົນມື້ໜຶ່ງອ້າຍແກ້ວຄຸງໄດ້ໄປພໍ້ກັບລຸ້ນອ້າຍທີ່ເປັນຜູ່ກຳກັບຮູບເງົາຮັກອໍ່າລໍ່າ

ເມື່ອຖາມຂ່າວຄາວກັນຈົນຮູ້ໄດ້ວ່າອ້າຍແກ້ວຫວ່າງງານຢູ່ນັ້ນເລີຍໄດ້ຊັກຊວນໃຫ້ໄປເຮັດວຽກນຳກັນທີ່ ລາວນິວເວບຊິເນ່ມາ. ອ້າຍແກ້ວຄຸງຕ້ອງໄດ້ເລີ່ມທຸກຢ່າງໃໝ່ຫມົດຄືດັ່ງຕອນຮຽນຈົບມັດທະຍົມຄືເລີ່ມຈາກການເປັນເດັກເສີບນ້ຳເຮັດທຸກຢ່າງໃນກອງຮຽນຮູ້ທຸກວຽກໃນການຖ່າຍທຳຮູບເງົາ ໃຊ້ເວລາທັງໝົດສອງປີ ຈົນໄດ້ມີໂອກາດ ຈາກ ອ້າຍ ອານິໄຊ ແກ້ວລາ ຜູ້ກຳກັບ ຮູບເງົາ “ປາຍທາງ” ໃຫ້ໄດ້ມາເຮັດວຽກໃນຕ່ຳແຫນ່ງຜູ່ຊ່ວຍຜູ້ກຳກັບ ໃນຮູບເງົາເລືອງ “ ນ້ອຍ Above It All” ແລະເລີ່ມຮຽນສາຍຜູ່ກຳກັບເປັນຕົ້ນມາ ແລະເມື່ອ ມີຄວາມຮູ້, ຄວາມມັກ ບວກໃສ່ປະສົບການຜ່ານມາເຮັດໃຫ້ເພິ່ນມີຄວາມຄິດແລະຕັດສິນໃຈມາກໍ່ຕັ້ງ Production ຂອງໂຕເອງທີ່ທີຊື່ວ່າ CinéArt Film ທີ່ພວກເຮົາຮູ້ຈັກນັ້ນເອງ ແຕ່ຜົນງານທີ່ເຮັດໃຫ້ ອ້າຍແກ້ວເປັນທີ່ຮູ້ຈັກໃນນາມ CinéArt ນັ້ນກໍຄື ຜົນງານການສ້າງໜັງສັ້ນໃຫ້ແກ່ໂຄງການຊາວໜຸ່ມເດີນທະເລລາວ-ຢີ່ປຸ່ນ SSEAYP 2016 ແລະ ການຖ່າຍ Pre-Wed ໃຫ້ຄູ່ບ່າວສາວທີ່ປະເທດອິນເດຍ, ຖ່າຍທຳມີວສິກວິດີໂອເພງດັງ “ເພງ ແທງ ຂອງ ຕ່າຍ ອີນດີ້ເຣັກຄອດ ແລະ ເພງ ຜິດ ຂອງວົງ YES” ຫຼັງຈາກນັ້ນເຮົາກໍໄດ້ເຫັນຜົນງານຂອງເພີ່ນອອກມາແບບບໍ່ຂາດສາຍ.

 

 

 

 


ສິ່ງໜຶ່ງທີ່ເຮົາຄິດວ່າການທີ່ CinéArt ສາມາດເປັນທີ່ຍອມຮັບໄດ້ໄວໃນສັງຄົມລາວນັ້ນກໍຍ້ອນແນວທາງທີ່ແຕກຕ່າງ ຈົນພາໄປຫາຄວາມຄິດສ້າງສັນຈົນສາມາດສ້າງຜົນງານໄດ້ຖືກໃຈໃຜຫຼາຍໆຄົນ. ແນ່ນອນວ່າທຸກວຽກງານລ້ວນແລ້ວແຕ່ມີອຸປະສັກ ແລະ ການທີ່ເຮົາຢືນຢູ່ກາງຈຸດສົນໃຈຂອງປະຊາຊົນເຊັ່ນນີ້ກໍຫຼີກລ່ຽງກັບສຽງວິຈານບໍ່ໄດ້ “ບໍ່ເຄີຍທໍ້ກັບຄຳວິຈານດ້ານລົບຖ້າມັນບໍ່ໄດ້ມີຜົນດີຫຍັງຕໍ່ຊີວິດເຮົາ, ແຕ່ຕ້ອງຂອບໃຈທຸກຄຳຕິຊົມທີ່ເຮັດໃຫ້ເຮົາປັບປຸງຜົນງານເຮົາໃຫ້ດີຂື້ນ ” ກັບຄະຕິປະຈຳ CinéArt Film “No Talk Just Do It” ບໍ່ຕ້ອງເວົ້າຫຍັງຫລາຍ ເຮັດໃຫ້ເຫັນເລີຍດີກວ່າ

ແລະນີ້ກໍແມ່ນເລື່ອງລາວຂອງ ແກ້ວຄຸງ CinéArt ຜູ່ສູ້ກັບທຸກອຸປະສັກ…ເຮັດທຸກຢ່າງຈາກສູນແມ້ບາງເທື່ອຈະລົ້ມແຕ່ກໍພ້ອມລຸກຂື້ນໃໝ່ສະເໝີ

ສຳລັບໃຜທີ່ຢາກຕິດຕາມຜົນງານຂອງອ້າຍແກ້ວ ແມ່ນສາມາດຕິດຕາມໄດ້ທີ່:
www.facebook.com/kaewkun.saengphachan ຫຼື www.facebook.com/cineartfilmlaos
ນອກຈາກນັ້ນ, ຍັງມີຜົນງານຮູບເງົາໃຫ້ທ່ານໄດ້ຮັບຊົມ ກົດທີ່ລິ້ງທາງລຸ່ມນີ້ເລີຍ!
www.facebook.com/LPY2016/videos/539497023070387/
ຝາກກົດ Like and Shared ພ້ອມຕິດແທັກ #moomxmember ທ່ານສາມາດຕິດຕາມຂໍ້ມູນຂ່າວສານຂອງ CinéArt ໄດ້ທີ່ www.moomcreative.org ແລະ https://www.facebook.com/CinéArtfilmlaos/   

 

LEAVE A REPLY

Please enter your comment!
Please enter your name here