ບຸນໂປນ ໂພທິສານ ສິລະປິນໂດຍຈິດວິນຍານ
“ບໍ່ວ່າຈະເຮັດວຽກບ່ອນໃດເຮົາກໍຍັງເປັນຟັນເຟືອງຂັບເຄື່ອນສັງຄົມໄປໄດ້”, ບຸນໂປນ ໂພທິສານ ຈາກອາຈານຜູ້ໃຫ້ຄວາມຮູ້ໃນສະຖາບັນຂອງລັດ ກ້າວມາເປັນສິລະປິນຜູ້ນຳຕາມຄວາມຝັນ. ອາຈານ ບຸນໂປນ ເປັນຄົນທີ່ຄິດວ່າ ການທີ່ຈະສິດສອນຄົນນັ້ນບໍ່ຈຳເປັນຈະຕ້ອງສອນໃນໂຮງຮຽນ ຫຼື ສະຖາບັນຂອງລັດພຽງຢ່າງດຽວ ແຕ່ການປະລະຄວາມຝັນ ແລະ ຕົວຕົນຂອງເຮົາເປັນສິ່ງທີ່ບໍ່ຖືກຕ້ອງ.
ອາຈານບຸນໂປນ ກຳເນີດທີ່ ເມືອງປາກເຊ ແຂວງຈຳປາສັກ ເປັນຄົນທີ່ຫຼົງໄຫຼສິລະປະມາແຕ່ນ້ອຍຈາກການຕິດຕາມຜົນງານຂອງຄົນບ້ານໃກ້ເຮືອນຄຽງ ເຮັດໃຫ້ຜູ້ເປັນພໍ່ສັງເກດເຫັນເຖິງຄວາມມັກໃນສິລະປະຂອງລູກຊາຍ ຈຶ່ງສົງຜົນໃຫ້ອາຈານໄດ້ກ້າວເຂົ້າສູ່ແວດວົງສິລະປະຢ່າງເຕັມໂຕໂດຍການເຂົ້າມາສຶກສາຢູ່ທີ່ສະຖາບັນວິຈິດສິນແຫ່ງຊາດ ຫຼັງຈາກສຳເລັດການສຶກສາລະດັບປະລິນຍາຕີ ເພີ່ນກໍໄດ້ໄປສຶກສາຕໍ່ໃນລະດັບປະລິນຍາໂທທີ່ປະເທດໄທ.ພາຍຫຼັງສຳເລັດການສຶກສາ ອາຈານບຸນໂປນ ກໍໄດ້ສືບຕໍ່ການຖ່າຍທອດສິລະປະໃຫ້ແກ່ນັກສຶກສາທີ່ສະຖາບັນວິຈິດສິນແຫ່ງຊາດ, ພ້ອມກັນນັ້ນເພີ່ນກໍຍັງໄດ້ສືບຕໍ່ບົດບາດການເປັນສິລະປິນ ໂດຍຜ່ານຜົນງານຕ່າງທີ່ມີອອກວາງສະແດງທັງພາຍໃນ ແລະ ຕ່າງປະເທດ.
“ຖ້າມັກສິ່ງໃດເຮົາກໍຈະຢູ່ນຳມັນໄດ້ດົນ, ການສ້າງງານສິລະປະບໍ່ແມ່ນວຽກແຕ່ເປັນສິ່ງທີ່ຫຼໍ່ລ້ຽງຊີວິດ” ສຳຫຼັບອາຈານການເປັນສິລະປິນແມ່ນຕ້ອງມາຈາກຈິດວິນຍານ, ໃນເມື່ອເຮັດສິ່ງທີ່ມັກເລີຍບໍ່ໄດ້ຄິດວ່າມັນເປັນວຽກເຮັດໃຫ້ຜ່ານມາເປັນໄລຍະ 20 ກວ່າປີໃນຖານະສິລະປິນເປັນໄປແບບຫຼື່ນໄຫຼເພາະອາຈານທຸ່ມເທໃສ່ທຸກຜົນງານ. ແຕ່ເມື່ອຖາມເຖິງວ່າຜ່ານມາມີຜົນງານໃດທີ່ ອາຈານຄິດວ່າເປັນງານທີ່ເປັນ ດີທີ່ສຸດ ກໍໄດ້ຄຳຕອບມາວ່າ “ຖ້າອາຈານຍັງສ້າງສັນຜົນງານໄດ້ຢູ່ກໍຍັງບອກບໍ່ໄດ້, ເພາະເວລາຈະສ້າງຜົນງານໃໝ່ມັນຕ້ອງດີກວ່າເກົ່າແນ່ນອນ”
ຈົນມາຮອດປີ 2014, ອາຈານໄດ້ສັງເກດເຫັນວ່າ ໃນນະຄອນຫຼວງວຽງຈັນນີ້ບ່ອນທີ່ຈະສະແດງຂອງສິລະປິນຍັງມີໜ້ອຍ, ສິລະປິນລາວຫຼາຍຄົນຍັງຂາດບ່ອນສະແດງຜົນງານ ສະນັ້ນຄວນຈະມີບ່ອນຂອງຄົນລາວໄວ້ສະໜັບສະໜູນຄົນລາວ. ຄວາມຄິດນີ້ຖ້າຈະເຮັດໃຫ້ມັນເປັນຄວາມຈິງໄດ້ກໍຕ້ອງໄດ້ມີການເສຍສະຫຼະຢ່າງໃຫຍ່ຫຼວງ ເພາະການເປັນຄູ ກໍເປັນອາຊີບທີ່ເພີ່ນພູມໃຈ ແຕ່ການທີ່ຈະສິດສອນຄົນນັ້ນບໍ່ຈຳເປັນຈະຕ້ອງສອນໃນໂຮງຮຽນ ຫຼື ສະຖາບັນຂອງລັດພຽງຢ່າງດຽວ, ດ້ວຍເຫັດຜົນທັງໝົດທັງມວນເຮັດໃຫ້ Eastern Art Gallery ເລີຍໄດ້ຖືກສ້າງຕັ້ງຂື້ນໃນປີນັ້ນ.
Eastern Art Gallery ເປັນທັງສະຖານທີ່ວາງສະແດງຜົນງານຂອງອາຈານ, ສິລະປິນລາວລວມໄປເຖິງສິລະປິນນອກທີ່ຕ້ອງການຢາກເຜີຍແຜ່ວຽກງານສິລະປະຂອງຕົນໃຫ້ແກ່ສັງຄົມລາວ. ນອກຈາກເປັນແກເລີລີ້ແລ້ວ Eastern Art Gallery ກໍຍັງເປັນສະຖາບັນສອນສິລະປະໃຫ້ແກ່ຄົນທົ່ວໄປໂດຍເນັ້ນໃສ່ເດັກນ້ອຍເພື່ອໃຊ້ ສິລະປະ ເຂົ້າເປັນໜຶ່ງໃນການສົ່ງເສີມພັດທະນາການ ແລະ ທັກສະຂອງພວກເຂົາ, ພ້ອມທັງໄດ້ສ້າງໃຫ້ພວກເຂົາຮູ້ເຖິງວິທີຄິດ ຮູ້ຈັກສຸນທະລີຍະພາບ. ນຳໃຊ້ເຕັກນິກການຈິນຕະນາການເຂົ້າໃນການຮຽນການຫຼີ້ນ, ເຊິ່ງໄດ້ຮັບຜົນຕອບຮັບຈາກຜູ້ປົກຄອງດີສົມຄວນ.
ພາຍຫຼັງທີ່ໄດ້ນັ່ງສົນທະນານຳ ອາຈານ ບຸນໂປນ ມາໄດ້ດົນສົມຄວນກໍມາຮອດຄຳຖາມທີ່ຄິດວ່າຫຼາຍຄົນຄົງຢາກຈະຮູ້ວ່າ ການສິລະປີນນັ້ນຈະໃສ້ແຫ້ງແທ້ບໍ?
“ການຫາເງິນໃນຮູບແບບໃດກໍຕາມບໍ່ມີຄຳວ່າບໍ່ກຸ້ມກິນ, ຄົນເຮັດວຽກໃນແວດວົງສິລະປະເມື່ອເຮັດໄປໄດ້ໄລຍະໃດໜຶ່ງກໍຈະເກີດຄວາມທໍ້ ແຕ່ຖ້າຄົນທີ່ມີຄວາມຫຼົງໄຫຼໃນສິລະປະຢ່າງແທ້ຈິງແລ້ວໝາກຜົນທີ່ໄດ້ຮັບກໍຖືວ່າຄຸ້ມສຳລັບການລົງທຶນ”
ແລະນີ້ກໍແມ່ນການສົນທະນາລະຫວ່າງ ທີມງານມຸມ ແລະ ອາຈານ ບຸນໂປນ ໂພທິສານ, ຜູ້ທີ່ເປັນໜຶ່ງໃນຫຼາຍໆສິລະປິນທີ່ມີປະສົບການ ໃນເວັບໄຊ້ຂອງ moomcreative.org ທ່ານສາມາດຕິດຕາມໂປຮຟາຍອື່ນໆໄດ້ໃນບົດຄວາມຕໍ່ໜ້າ.
ຢ່າລືມ Like & share ພ້ອມຕິດ #moomxmember